ຈຸດເດັ່ນ
ບົດລາຍງານໃໝ່ແມ່ນແນໃສ່ຜົນກະທົບຂອງເຂື່ອນປ່ານໍ້າຍື່ງຢູ່ປະເທດກຳປູເຈຍ ພື່ນທີ່ Ramsar Stung Treng
ໃນພາກຕາເວັນອອກສຽງເໜືອຂອງປະເທດກຳປູເຈຍແມ່ນໜຶ່ງໃນລະບົບນິເວດປ່າໄມ້ທີ່ສຳຄັນທີ່ສຸດທີ່ຖືກນ້ຳຖ້ວມ ແລະ ຖືກຄຸກຄາມຫຼາຍທີ່ສຸດຂອງແມ່ນໍ້າຂອງ. ທີມງານ MDM ແລະ IUCN ໄດ້ຮ່ວມມືກັນພັດທະນາລະບົບລາຍງານໃໝ່, ວິສະວະກຳແມ່ນ້ຳຂອງ: ເຂື່ອນຢູ່ຕົ້ນນ້ຳກຳລັງດັດປັບໂຄງສ້າງຂອງປ່ານໍ້າຍື່ງຢູ່ປະເທດກຳປູເຈຍ, ເຊິ່ງສະແດງໃຫ້ເຫັນວ່າການຜະລິດພະລັງງານໄຟຟ້ານ້ຳຕົກຢູ່ຕົ້ນນ້ຳປ່ຽນແປງກະແສນ້ຳໃນລະດູແລ້ງຢ່າງຮຸນແຮງ, ເຮັດໃຫ້ປ່າໄມ້ຕາຍຢ່າງຫລວງຫລາຍ ແລະ ເກີດມີການເຊາະເຈື່ອນຢູ່ລະບົບທີ່ອາໄສລະດັບນ້ຳຕໍ່າຕາມລະດູການເພື່ອຄວາມຢູ່ລອດ.
ຜ່ານການວິເຄາະທາງດ້ານອຸທົກກະສາດໂດຍລວມ, ການຕິດຕາມການດຳເນີນງານຂອງເຂື່ອນໂດຍອີງໃສ່ດາວທຽມ, ການສຳຫຼວດການປ່ຽນແປງຂອງດິນ ແລະ ພືດພັນ ຈາກໄລຍະໄກ, ແລະ ການສັງເກດການຂອງຊຸມຊົນ, ບົດລາຍງານໄດ້ບັນທຶກການສູນເສຍປ່າໄມ້ຈາກນ້ຳຖ້ວມ 18 ເປີເຊັນ, ໂດຍຊຸມໃສບາງຈຸດທີ່ສູນເສຍທີ່ດິນ ແລະ ຕົ້ນໄມ້ຫຼາຍກວ່າເຄິ່ງໜຶ່ງນັບຕັ້ງແຕ່ປີ 2018. ການປ່ຽນແປງທາງດ້ານນິເວດວິທະຍາເຫຼົ່ານີ້ແມ່ນຕິດພັນກັນຢ່າງໃກ້ຊິດກັບການປ່ອຍນ້ຳໃນລະດູແລ້ງຈາກເຂື່ອນຂະໜາດໃຫຍ່ໃນປະເທດຈີນ ແລະ ປະເທດລາວ ທີ່ເຮັດໃຫ້ລະດັບນ້ຳໃນແມ່ນ້ຳສູງຂຶ້ນຜິດປົກກະຕິເປັນເວລາຫຼາຍເດືອນ.
ນອກຈາກຜົນກະທົບໃນທ້ອງຖິ່ນ, ການຄົ້ນພົບດັ່ງກ່າວເຮັດໃຫ້ເກີດມີຄຳຖາມຂຶ້ນຫລາຍຄໍາຖາມຂຶ້ນກ່ຽວກັບການຄຸ້ມຄອງແມ່ນ້ຳຂ້າມຊາຍແດນ, ຄວາມໂປ່ງໃສຂອງຂໍ້ມູນ, ແລະ ພູມິສາດການເມືອງຂອງພະລັງງານໄຟຟ້ານ້ຳຕົກໃນອ່າງແມ່ນ້ຳຂອງ. ບົດລາຍງານຍັງໄດ້ກ່າວເຖິງການປັບປຸງການດຳເນີນງານທີ່ເປັນໄປໄດ້ ເຊິ່ງສາມາດຊ່ວຍຟື້ນຟູຊ່ອງທາງນໍ້າໄຫຼໃນລະດັບຕ່ຳທີ່ສຳຄັນໂດຍບໍ່ທຳລາຍຄວາມໝັ້ນຄົງດ້ານພະລັງງານຢູ່ໃນພາກພື້ນ. ອ່ານບົດລາຍງານໄດ້ທີ່ນີ້.
ສິ່ງທີ່ເກີດຂຶ້ນໃນອາທິດທີ່ຜ່ານມາ
- ປະລິມານນ້ຳຢູ່ໃສ: ໂດຍລວມແລ້ວ, ເຂື່ອນຕ່າງໆທົ່ວອ່າງໄດ້ບັນທຶກການປ່ອຍນ້ຳສູງສຸດເປັນພິເສດໃນໄລຍະສອງອາທິດທີ່ຜ່ານມາ, ເຊິ່ງມີປະມານ 3.1 ຕື້ແມັດກ້ອນ. ການປ່ອຍນ້ຳເປັນຈໍານວນຫລາຍໃນອາທິດທີ່ຜ່ານມາແມ່ນມາຈາກ Xiaowan (ປະເທດຈີນ, 200 ລ້ານ ແມັດກ້ອນ), Nuozhadu (ປະເທດຈີນ, 304 ລ້ານ ແມັດກ້ອນ), Jinghong (ຈີນ, 216 ລ້ານ ແມັດກ້ອນ), ນ້ຳອູ 7 (ປະເທດລາວ, 162 ລ້ານ ແມັດກ້ອນ), ນ້ຳງື່ມ 2 (ປະເທດລາວ, 709 ລ້ານ ແມັດກ້ອນ), ນ້ຳງື່ມ 1 (ປະເທດລາວ, 230 ລ້ານ ແມັດກ້ອນ), ນ້ຳງຽບ 1 (ປະເທດລາວ, 144 ລ້ານ ແມັດກ້ອນ), ແລະ ນ້ຳເທີນ 2 (126 ລ້ານ ແມັດກ້ອນ). ນ້ຳຢູ່ໃສ?
- ລະດັບນໍ້າຂອງ: ລະດັບນ້ຳທົ່ວແມ່ນ້ຳຂອງສູງກວ່າລະດັບນ້ຳສະເລ່ຍໃນໄລຍະຍາວຂອງເຂື່ອນຢູ່ຕອນເທິງປະມານ 1 ຫາ 1.5 ແມັດ. ຈຸດຕ່າງໆໃນແມ່ນ້ຳຂອງຕອນລຸ່ມແມ່ນສູງກວ່າປົກກະຕິ ເນື່ອງຈາກການປ່ອຍນ້ຳຂອງເຂື່ອນຈາກປະເທດລາວສູງກວ່າປົກກະຕິ. ໃຫ້ຂ້ອຍເຫັນເຂື່ອນ
ພາບໃນອາທິດ
ລະດັບນໍ້າຢູ່ ເມືອງ ຊຽງແຕງ ເພີ່ມຂຶ້ນຮອດຈຸດສູງສຸດຕະຫລອດເວລາຢູ່ໃນໄລຍະເວລານີ້ຂອງປີ.
ການປ່ອຍນ້ຳຈາກເຂື່ອນຢູ່ຕອນເທິງຂອງແມ່ນ້ຳ, ໂດຍສະເພາະແມ່ນເຂື່ອນ Xiaowan ຢູ່ປະເທດຈີນ, ໄດ້ຍົກລະດັບລະດັບນ້ຳໃນແມ່ນ້ຳຢູ່ເມືອງ ຊຽງແຕງ, ປະເທດກຳປູເຈຍ ໃຫ້ສູງຂຶ້ນເປັນລະດັບສູງສຸດທີ່ເຄີຍບັນທຶກໄວ້. ລະດັບນ້ຳໃນແມ່ນ້ຳທີ່ສູງໃນລະດູແລ້ງເຮັດໃຫ້ບັນດາປະເທດຢູ່ຕາມສາຍແມ່ນ້ຳຂອງໄດ້ຮັບຜົນປະໂຫຍດໜ້ອຍຫຼາຍ ຍ້ອນວ່າການຊົນລະປະທານໃນລະດູແລ້ງສ່ວນຫຼາຍແມ່ນເຄື່ອນໄຫວຢູ່ໃນເຂດສາມຫຼ່ຽມປາກແມ່ນ້ຳຂອງຢູ່ປະເທດຫວຽດນາມເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ລະດັບນ້ຳໃນແມ່ນ້ຳທີ່ສູງຂຶ້ນໄດ້ສ້າງຄວາມເສຍຫາຍຫຼາຍຕໍ່ລະບົບນິເວດຢູ່ເຂດທ້ອງຖິ່ນ. ຕົວຢ່າງ, ໃນປ່ານໍ້າຍຶ່ງຢູ່ແຂວງຊຽງແຕງ, ຕົ້ນໄມ້ກຳລັງຕາຍຢ່າງໄວວາຍ້ອນລະບົບຮາກຂອງມັນຈົມຢູ່ພື້ນນໍ້າຕະຫຼອດປີ. ນອກຈາກນັ້ນ, ປະຊາຊົນທ້ອງຖິ່ນບໍ່ສາມາດເຮັດໄຮ່ເຮັດນາຕາມແຄມຝັ່ງຂອງແມ່ນໍ້າຢູ່ໃນລະດູແລ້ງໄດ້ ເນື່ອງຈາກລະດັບນໍ້າທີ່ສູງ ແລະ ຄາດເດົາບໍ່ໄດ້, ເຊິ່ງເຮັດໃຫ້ມີຂໍ້ຈໍາກັດຕໍ່ການຜະລິດອາຫານຂອງເຂົາເຈົ້າ.
ແມ່ນໍ້າຢູ່ໃສ?
ອ່າງແມ່ນໍ້າຂອງມີຄວາມຊຸ່ມປານໃດ?








ແຕ່ລະປະເທດມີນ້ຳຢູ່ໃນອ່າງເກັບນ້ຳຫຼາຍປານໃດ?
ປະລິມານນ້ຳທີ່ໃຊ້ໄດ້ໃນປະຈຸບັນ (ຕື້ແມັດກ້ອນ) ໃນທົ່ວ 45 ອ່າງເກັບນ້ຳທີ່ໃຫຍ່ທີ່ສຸດໃນອ່າງແມ່ນ້ຳຂອງ.
- ຄລິກ ຫຼື ເລື່ອນໃສ່ໄອຄອນເທິງແຜນທີ່ສຳລັບລາຍລະອຽດເພີ່ມເຕີມ.
ມີນ້ໍາຫຼາຍປານໃດໃນອ່າງເກັບນ້ໍາທີ່ໃຫຍ່ທີ່ສຸດ?
- ເລື່ອນໄປໃສ່ຕາຕະລາງເພື່ອຕິດຕາມປະລິມານອ່າງເກັບນ້ຳສໍາລັບອາທິດໃດນຶ່ງສະເພາະໃນລະຫວ່າງປີ.
ກະແສນໍ້າຖ້ວມແຮງປານໃດ?








ພື້ນທີ່ນໍ້າຖ້ວມແມ່ນໍ້າຂອງມີຄວາມຊຸ່ມປານໃດ?








ແມ່ນ້ຳຂອງໄຫຼມາຈາກໃສ?








ລະດັບແມ່ນ້ຳຄວນຈະເປັນແນວໃດ?
ວັດຊຽງແສນ (ປະເທດໄທ) [ບໍ່ສາມາດໃຊ້ໄດ້ຊົ່ວຄາວ]
Stung Treng (ກຳປູເຈຍ)
Chau Doc (ຫວຽດນາມ)
ສໍາລັບຂໍ້ມູນເພີ່ມເຕີມໃຫ້ຄລິກໃສ່ຕົວແບບການໄຫຼນ້ໍາທໍາມະຊາດຢູ່ໃນເມນູດ້ານເທິງ
ເຂື່ອນໃດມີຜົນກະທົບຫຼາຍທີ່ສຸດ?
- ຄລິກ ຫຼື ເລື່ອນໃສ່ໄອຄອນເທິງແຜນທີ່ສຳລັບລາຍລະອຽດເພີ່ມເຕີມ
ອ່າງເກັບນໍ້າທີ່ຄາດຄະເນການປ່ຽນແປງຂອງນ້ໍາ 100 ລ້ານແມັດກ້ອນ (m³) ໃນໄລຍະ 7 ມື້ທີ່ຜ່ານມາ.
ສໍາລັບຂໍ້ມູນເພີ່ມເຕີມໃຫ້ຄຣິກເຂົ້າໄປທີ່ເຄື່ອງວັດແທກສະເໝືອນຈິງຢຸ່ດ້ານເທິງຂອງເມນູ
ປະຈຸບັນ ປະລິມານອ່າງເກັບນ້ຳ 58 ເຂື່ອນ
- ເລື່ອນໄປໃສ່ແຖບອ່າງເກັບນ້ຳເພື່ອເບິ່ງປະລິມານທີ່ອາດມີໃນຂະນະນີ້ ຫຼື
ສໍາລັບຂໍ້ມູນເພີ່ມເຕີມໃຫ້ຄຣິກເຂົ້າໄປທີ່ເຄື່ອງວັດແທກສະເໝືອນຈິງຢຸ່ດ້ານເທິງຂອງເມນູ

